ການປະທະກັນຢູ່ຊູດັງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 420 ຄົນ ແລະ ບາດເຈັບ 3700 ຄົນ
ວັນທີ 21 ເມສານີ້, ເຖິງວ່າກອງກຳລັງຊ່ວຍໜູນບຸກຕີໄວ ແລະ ກອງກຳລັງປະກອບອາວຸດຊູດັງໄດ້ປະ ກາດການຢຸດຍິງເປັນເວລາ 3 ວັນ ຜ່ານມາກໍຕາມ, ແຕ່ ການປະທະກັນດ້ວຍກຳລັງອາວຸດຢູ່ຊູດັງຍັງບໍ່ມີສັນຍານຈະຢຸດເຊົາເທື່ອ. ວັນທີ 23 ເມສານີ້, ຕົວເລກຂໍ້ມູນຈາກອົງການອະນາໄມໂລກ ແລະ ກະຊວງສາທາລະ ນະສຸກຊູດັງສະແດງໃຫ້ເຫັນວ່າ: ຈົນຮອດປັດຈຸບັນ, ການປະທະກັນດ້ວຍກຳລັງປະກອບອາວຸດຢູ່ຊູດັງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 420 ຄົນ ແລະ ຜູ້ ໄດ້ຮັບບາດເຈັບ 3700 ຄົນ. ມື້ດຽວກັນ, ເຈົ້າໜ້າທີ່ອົງການອະນາໄມໂລກກ່າວວ່າ: ຍ້ອນວ່າສະໜາມບິນຊູດັງໂຈະການບໍລິການການບິນ, ປັດຈຸບັນ,ຍັງບໍ່ສາ ມາດຂົນສົ່ງວັດຖຸອຸປະກອນການແພດໄປໃຫ້ຊູດັງໄດ້ຫຼາຍກວ່າເກົ່າ.ຖ້າພະນັກງານການແພດແລະພະຍາບານສາມາດເຂົ້າເຖິງຜູ້ໄດ້ຮັບບາດເຈັບ, ຈະສາມາດ ກອບກູ້ຊີວິດຂອງຜູ້ເສຍຊີວິດໃນການປະທະກັນອີກ 1 ສ່ວນ 4. ຕາມຂ່າວແຈ້ງວ່າ: ວັນທີ 23 ເມສານີ້, ການປະທະກັນລະຫວ່າງກອງກຳລັງປະກອບອາວຸດຊູດັງ ແລະ ກອງກຳລັງຊ່ວຍໜູນບຸກຕີໄວຂອງຊູດັງ ຍັງດຳເນີນຢູ່ນະຄອນຫຼວງຄາຕູມຂອງຊູດັງ. ປັດຈຸບັນ, ການປະທະກັນໄດ້ເຮັດໃຫ້ໂຮງໝໍ 70% ຂອງນະຄອນຫຼວງ ຄາຕູມຖືກປິດ, ໂຮງໝໍທີ່ເປີດບໍລິການກໍຕົກຢູ່ໃນສະພາບຂາດແຄນແພດໝໍ ແລະ ຢາປົວພະຍາດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/04/2023